stitcherLogoCreated with Sketch.
Get Premium Download App
Listen
Discover
Premium
Shows
Likes
Merch

Listen Now

Discover Premium Shows Likes

SBS Lao - SBS ພາ​ສາ​ລາວ

498 Episodes

8 minutes | Aug 10, 2022
ຄົບຮອບ 77 ປີທີ່ລະເບີດປະຣະມານູຖືກຖິ້ມໃສ່ປະເທດຍີ່ປຸ່ນ
ລະເບີດປະຣະມານູ (Atomic bomb) ລູກທໍາອິດຂອງໂລກໄດ້ຖືກຖິ້ມໃສ່ປະເທດຍີ່ປຸ່ນ ແຕ່ອຳນາດທຳລາຍລ້າງຂອງລະເບີດເປັນສິ່ງທີ່ໜ້າຢ້ານກົວ. ທົ່ວໂລກກຳລັງພຍາຍາມຄວບຄຸມການໃຊ້ອາວຸດນິວເຄຼັຍ ແຕ່ຈະມີຜົນຫຍັງບໍ່?
7 minutes | Aug 9, 2022
ການຊ້ອມຣົບຢ່າງໃຫຍ່ຂອງຈີນໃກ້ກັບໄຕ້ຫວັນ
ຈີນໄດ້ມີການຊ້ອມຣົບໃກ້ກັບໄຕ້ຫວັນ. ແຕ່ເມື່ອຖືກທັກທ້ວງຈາກອອສເຕຣເລັຍ, ຈີນກໍຕອບໂຕ້ວ່າ ອອສເຕຣເລັຍບໍ່ຄວນສ້າງປັນຫາຕໍ່ຄວາມພົວພັນຂອງສອງປະເທດ. ແຕ່ທັງຣັຖບານແລະຝ່າຍຄ້ານກໍກ່າວວ່າ ຣັຖມົນຕີຕ່າງປະເທດ ເຮັດຖືກຕ້ອງແລ້ວ ທັງມີການເຕືອນວ່າ ຄວນຈະຕຽມພ້ອມເພາະຈີນມີເຈດຕະນາທີ່ຈະຍຶດຄອງໄຕ້ຫວັນ.
7 minutes | Aug 8, 2022
ການທ່ອງທ່ຽວໄທ ແລະ ກັນຊາ
ການທ່ອງທ່ຽວໄດ້ນຳເງິນຈາກຕ່າງປະເທດມາສູ່ປະເທດໄທປີລະມະຫາສານ ແຕ່ ຜົນກະທົບຂອງໂຄວິດຕໍ່ໄດ້ທຳລາຍຣາຍໄດ້ນັ້ນ. ຕອນນີ້ການທ່ອງທ່ຽວຂອງປະເທດໄທ ໄດ້ອະນຸຍາດໃຫ້ມີການສູບກັນຊາເພື່ອຈະດຶງດູດນັກທ່ອງທ່ຽວໃຫ້ກັບມາຄືນ.
7 minutes | Aug 4, 2022
ປະຕິກິຣິຍາຂອງຈີນ ຕໍ່ການຢ້ຽມຢາມໄຕ້ຫວັນຂອງ Nancy Pelosi
ການຢ້ຽມຢາມໄຕ້ຫວັນຂອງ Nancy Pelosi ໄດ້ສ້າງປະຕິກິຣິຍາ ຕໍ່ຈີນ, ຣັຖບານອື່ນໆທົ່ວໂລກ ແລະ ປະຊາຊົນໄຕ້ຫວັນເອງ. ບໍມີໃຜຄາດການໄດ້ວ່າ Xi Jinping ຈະໃຊ້ມາດຕະການທາງທະຫານຫຼືບໍ່ ເພາະ Xi ເອງກໍມີເລື້ອງພາຍໃນທີ່ຕ້ອງຮັບມືຄືກັນ
6 minutes | Aug 3, 2022
ການແລກປ່ຽນຜູ້ຕ້ອງຫາຣະຫວ່າງອາເມຣິກາ ແລະ ຣັສເຊັຍ
ການແລກປ່ຽນຜູ້ຕ້ອງຫາຣະຫວ່າງປະເທດ ມັນບໍ່ງ່າຍ ໂດຍສະເພາະ ຣະຫວ່າງອາເມຣິກາ ແລະ ຣັສເຊັຍ ຊຶ່ງມີ ປັດໄຈ ອື່ນໆ ເຂົ້າມາກ່ຽວ.
9 minutes | Aug 2, 2022
ຄວາມສຳຄັນຂອງການບໍຣິຈາກອະໄວຍະວະ
Donate Life ກໍາລັງພະຍາຍາມຊຸກຍູ້ ໃຫ້ ຊາວອອສເຕຣເລັຍຈົດທະບຽນເປັນຜູ້ຣິຈາກອະໄວຍະວະຫລາຍຂຶ້ນ. ການແພ່ລາມຂອງ ໂຄວິດ ໄດ້ສົ່ງຜົນກະທົບຕໍ່ການບໍຣິຈາກ ແລະການປ່ຽນອະໄວຍະວະ. ແຕ່ສຳຣັບຜູ້ທີ່ໄດ້ຮັບການປ່ຽນອະໄວຍະວະແລ້ວ ມັນແມ່ນການໄດ້ຄືນຊີບອີກເທື່ອໜຶ່ງ.
9 minutes | Jul 28, 2022
ພະຍາດປາກເປື່ອຍລົງເລັບແມ່ນຫຍັງ?
ເຖິງແມ່ນວ່າພະຍາດ ປາກເປື່ອຍລົງເລັບ (Foot and Mouth Disease) ຈະບໍ່ເປັນອັນຕຣາຍຕໍ່ມະນຸດ ແຕ່ມັນສາມາດທຳລາຍສັດລ້ຽງໃນຟາມ ແລະສົ່ງຜົນກະທົບແກ່ກະສິກອນແລະເສດຖະກິດສົ່ງອອກ. ຣັຖບານກຳລັງກຽມຮັບມືກັບປັນຫານີ້ ແລະ ຄົນທີ່ເດີນທາງກັບຈາກ ອິນໂດນີເຊັຍ ກໍມີສ່ວນຮ່ວມໃນການປ້ອງກັນພະຍາດນີ້ດ້ວຍ.
7 minutes | Jul 25, 2022
ຂູ່ວາງຣະເບິດສະຖານທູດຈີນ ທີ່ອັງກິດ.
ຄົນອອສເຕຣເລັຍຖືກຈັບທີ່ ລອນດອນໃນຂໍ້ຫາວ່າ ຈະວາງຣະເບີດໃສ່ສະຖານທູດຈີນ. ແຕ່ຜູ້ຖືກກ່າວຫາໄດ້ປະຕິເສດຕໍ່ຂໍ້ກ່າວຫານັ້ນ.
7 minutes | Jul 22, 2022
ທະນາຄານແຫ່ງຊາດ ຈະຖືກທົບທວນຄືນ ເປັນຄັ້ງທໍາອິດ ໃນຮອບສີ່ທົດສະວັດ.
ເພື່ອຈະໃຫ້ທະນາຄານແຫ່ງຊາດ ເປັນທະນາຄານ ທີ່ດີທີ່ສຸດ ໃນໂລກ, ຣັຖມົນຕີ ກະຊວງການຄັງ ຈຶ່ງປະກາດໃຫ້ມີການທົບທວນກ່ຽວກັບ ຄວາມຮັບຜິດຊອບ, ວັທນະທັມ, ການແຕ່ງຕັ້ງຄນະກັມການແລະເປົ້າຫມາຍເງິນເຟີ້ຂອງທະນາຄານ. ທ່ານ Angus Taylor ໂຄສົກກະຊວງການຄັງ ຂອງຝ່າຍຄ້ານ ກໍຍິນດີຕໍ່ການເຄື່ອນໄຫວດັ່ງກ່າວເຊັ່ນກັນ.
6 minutes | Jul 21, 2022
ຜົນກະທົບຂອງການພະນັນໃນ ອອສເຕຣເລັຍ.
ສະຖິຕິແຫ່ງຊາດສະແດງໃຫ້ເຫັນວ່າຊາວ ອອສເຕຣເລັຍ ໃຊ້ເງິນປະມານ 24 ພັນລ້ານຕໍ່ປີໃນການເຫຼັ້ນການພະນັນ. ເຖິງວ່ານັກຫລິ້ນພະນັນ ຈະມີຄວາມຮັບຜິດຊອບປານໃດກໍຕາມ ຄົນຜູ້ນັ້ນກໍສາມາດທີ່ຈະຕົກເປັນທາດຂອງການພະນັນໄດ້ ແລະ ຜົນກະທົບກໍຈະມີຂອບເຂດທີ່ກວ້າງ: ຈາກສ່ວນຕົວ, ຊຸມຊົນ ໄປຈົນເຖິງ ວັທນະທັມອີກດ້ວຍ.
9 minutes | Jul 20, 2022
ພັກແຮງງານແລະການຜ່ານຮ່າງກົດໝາຍວ່າດ້ວຍພູມອາກາດ
ພັກແຮງງານ ຈະສາມາດຜ່ານຮ່າງກົດໝາຍວ່າດ້ວຍພູມອາກາດຫຼືບໍ່ ເຖິງແມ່ນວ່າຈະມີສຽງສ່ວນໃຫຍ່ໃນສະພາຕ່ຳ ແຕ່ວ່າໃນສະພາສູງແລ້ວ ພັກແຮງງານຕ້ອງການການສນັບສນູນຈາກ ພັກ ກຣີນສ໌ ແລະອີກໜຶ່ງສຽງ. ທັງຝ່າຍສນັບສນູນ ແລະ ຝ່າຍຄ້ານກໍມີທັສນະຄະຕິທີ່ແຕກຕ່າງ.
5 minutes | Jul 19, 2022
Telehealth ແມ່ນຫຍັງ? ຜົນກະທົບ ແລະ ຄວາມສັບສົນ
ສຳຣັບຜູ້ປ່ວຍທີ່ຢູ່ໃນຊົນນະບົດແລ້ວ ການຈະໄປຫານາຍໝໍນັ້ນແມ່ນເຣື້ອງຍາກ ດັ່ງນັ້ນ ການປຶກສາທາງໂທຣະສັບຈຶ່ງເປັນທາງດຽວທີ່ຈະຊ່ອຍໄດ້. ແຕ່ການບໍຣິການຂອງອິນເຕີເນັດທີ່ບໍ່ສມ່ຳສເມີ ອາດສົ່ງຜົນກະທົບຕໍ່ການຕິດຕໍ່ໄດ້. ນອກຈາກນັ້ນ ການປ່ຽນແປງໃນການຄືນເງິນຫຼື Rebates ຍັງໄດ້ສ້າງຄວາມສັບສົນແກ່ນາຍໝໍອີກດ້ວຍ.
7 minutes | Jul 14, 2022
ການປະຊຸມສຸດຍອດ ຂອງ ໝູ່ເກາະປາຊີຟິກ
ການປະຊຸມສຸດຍອດ ຂອງ ໝູ່ເກາະປາຊີຟິກ ໄດ້ພົບອຸປສັກເມື່່ອ ຄີຣີບັສໄດ້ຖອນໂຕຈາກການປະຊຸມ ຊຶ່ງຈະເຮັດໃຫ້ ຈີນມີບົດບາດລາຍຂຶ້ນໃນພູມິພາກ. ຈີນໄດ້ຍື່ນຂໍ້ຮຽກຮ້ອງໃຫ້ ອອສເຕຣເລັຍປະຕິບັດ...ແຕ່ນາຍົກຢືນຢັນວ່າ ຈະເຮັດເພື່ອຜົນປໂຍດຂອງປະເທດເທົ່ານັ້ນ.
7 minutes | Jul 12, 2022
ການໃຊ້ພະລັງງານແສງຕາເວັນໃນການຮັກສາອຸນຫະພູມຂອງ ຢາວັກຊີນ
ເຄນຢາ (Kenya) ສາມາດໃຊ້ພະລັງງານແສງຕາເວັນໃນການຮັກສາອຸນຫະພູມຂອງ ຢາວັກຊີນ ໂຄວິດ 19 ເຊິ່ງສາມາດໃຊ້ໃນ ຄລີນິກເຄື່ອນທີ່ ແລະສາມາດເຂົ້າເຖິງຊຸມຊົນຫ່າງໄກໄດ້. ຄວາມສໍາເຣັດຂອງໂຄງການນີ້ ສາມາດຊ່ວຍປ່ຽນແປງ ແລະ ປັບປຸງການດູແລສຸຂະພາບທົ່ວໄປໃນທົ່ວປະເທດແລະອາດຈະເປັນໃນພູມິພາກທັງຫມົດ.
11 minutes | Jul 11, 2022
ໂຄວິດ 19 ຣະບາດໃນເຮືອນພັກຄົນຊຣາ
ເຮືອນພັກຄົນຊຣາ St. Basil’s ໃນ Melbourne ຖືກກ່າວຫາຈາກຫນ່ວຍງານກວດກາຄວາມປອດພັຍຢູ່ບ່ອນເຮັດວຽກຂອງຣັດ ຍ້ອນທັງພະນັກງານ ແລະຜູ້ອາສັຍທີ່ມີອາຍຸຕ້ອງເສັຍຊີວິດ. ນີ້ແມ່ນປັນຫາທີ່ຊັບຊ້ຶອນ ແລະສາເຫດນັ້ນມາແຕ່ໃສ?
11 minutes | Jul 6, 2022
ສຳພາດ ປະທານ ສສຊລ ໃນວັນ ອົພຍົບສາກົນ
ວັນ ອົພຍົບສາກົນ ແມ່ນວັນສຳຄັນວັນນຶ່ງສຳຣັບຄົນລາວໃນ ອອສເຕຣເລັຍ. ມັນເປັນມື້ທີ່ຄົນລາວອົພຍົບໄດ້ ຣະເລິກເຖິງ ສາເຫດທີ່ຕ້ອງມາເປັນ “ອົພຍົບ” ແລະການທີ່ຈະຕ້ອງຕໍ່ສູ້ດີ້ນຮົນທີ່ຈະປັບໂຕເຂົ້າກັບ ສະຖານະການຕ່າງໆ ໃນປະເທດນີ້ ແລະ ກໍແມ່ນອີກເຫດຜົນນຶ່ງທີ່ຄົນລາວຄວນພູມໃຈທີ່ ເຮົາໄດ້ເປັນສ່ວນນຶ່ງຂອງ ປະຊາຊົນຂອງປະເທດນີ້ ທີ່ມີສ່ວນໃນດ້ານເສຖກິດ, ການເມືອງ, ການພັທນາຕ່າງໆ ແລະເປັນຊຸມຊົນທີ່ເຄົາຣົບກົດໝາຍຂອງປະເທດ. .
8 minutes | Jul 4, 2022
ສະຖານະການໃນ ຢູເຄຣນ ກ່ອນເຂົ້າ ນາໂຕ.
ສະຖານະການໃນ ຢູເຄຣນ ກ່ອນການຖືກໃຫ້ມີສະຖານະພາບ ເປັນຜູ້ສມັກເປັນ ສມາຊິກ ນາໂຕ. Lithuania ໄດ້ຫ້າມຣົດໄຟຂົນສິນຄ້າຜ່ານປະເທດຂອງຕົນ ເຊິ່ງໄດ້ສົ່ງຜົນກະທົບຕໍ່ຊາວເມືອງ Kaliningrad ຂອງຣັສເຊັຍ. ທະນາຄານໂລກໄດ້ປະກາດເງິນຊ່ອຍເຫຼືອຈຳນວນ 30 ພັນລ້ານໂດລາເພື່ອຈະຫຼີກລ່ຽງການຂາດແຄນອາຫານໃນທົ່ວໂລກ.
8 minutes | Jun 29, 2022
ສຳພາດທ່ານ ຈັນທະບູນ ແກ້ວມາລາວົງ ນັກແຕ່ງເພງລາວ.
ໃນໂອກາດວັນສລອງ ວັນອົພຍົບ, ທ່ານ ຈັນທະບູນ ແກ້ວມາລາວົງ ໄດ້ໃຫ້ສຳພາດ ກັບ ວິທຍຸ SBS ພາກພາສາລາວ ແລະໃຫ້ທັສນະຄະຕິກ່ຽວກັບຄວາມເປັນອົພຍົບ ແລະໄດ້ມາຕັ້ງຖິ່ນຖານທີ່ ອອສເຕຣເລັຍ ພ້ອມທັງ ສະແດງຄວາມຮູ້ບຸນຄຸນຕໍ່ ອອສເຕຣເລັຍ ໂດຍຜ່ານທາງເພງ.
6 minutes | Jun 23, 2022
ເຫດການແຜ່ນດິນໄຫວໃນ ອັຟການິສຖານ
ແຜ່ນດິນໄຫວໃນ ອັຟການິສຖານຊຶ່ງວັດໄດ້ 6.1 ຣິກເຕີ (Richter) ແລະ ໄດ້ສ້າງຄວາມເສັຍຫາຍ ທັງຊັບສິນແລະຊີວິດ. ອົງການຊ່ອຍເຫຼືອຕ່າງໆຮວມທັງ ສະຫະປະຊາຊາດກໍໄດ້ໃຫ້ການຊ່ອຍເຫຼືອເບື້ອງຕົ້ນ ແລະການຊ່ອຍເຫຼືອແບບຕໍ່ເນື່ອງກໍຍັງຄົງຕ້ອງມີຕໍ່ໄປ.
12 minutes | Jun 23, 2022
ມະເຮັງໃນເດັກແລະຊາວໜຸ່ມ
ການກິນອາຫານຫຼືເຄື່ອງດື່່ມທີ່ບໍ່ຖືກສຸກຂະອະນາໄມ ສາມາດເຮັດໃຫ້ເສັຍສຸຂະພາບໄດ້ ທັງເດັກແລະຊາວໜຸ່ມ ອາດໄດ້ຮັບອິດທິພົນຈາກການໂຄສະນາຂອງອາຫານເຫຼົ່ານີ້. ຣັຖບານກຳລັງຫາທາງແກ້ໄຂຢູ່
COMPANY
About us Careers Stitcher Blog Help
AFFILIATES
Partner Portal Advertisers Podswag Stitcher Studios
Privacy Policy Terms of Service Your Privacy Choices
© Stitcher 2023